Skip to main content

ຄຳແນະນຳດ້ານສາທາລະນະສຸກເພື່ອຢຸດການແຜ່ລະບາດຂອງພະຍາດ COVID-19

ຄຳແນະນຳດ້ານສາທາລະນະສຸກເພື່ອຢຸດການແຜ່ລະບາດຂອງພະຍາດ COVID-19

Public Health Recommendations to Stop COVID-19 in Lao

ກະລຸນາເຂົ້າເບິ່ງເວັບໄຊຂອງລັດວໍຊິງຕັນ ພະແນກສຸຂະພາບ ສໍາລັບຂໍ້ມູນພະຍາດ COVID-19 ທີ່ແປອອກແລ້ວ. ທ່ານສາມາດເບິ່ງເມນູພາສາເພື່ອຊອກຫາຄໍາແປທີ່ພວກເຂົາສະໜອງໃຫ້.

ດຳເນີນການເຫຼ່ານີ້ເພື່ອຊ່ວຍຈັດການການແຜ່ລະບາດຂອງໂຣກພະຍາດໂຄໂຮນາໄວຣັສ ແລະ ຊ່ວຍຮັກສາຄວາມປອດໄພເຊິ່ງກັນແລະກັນ.

ການປ້ອງກັນທີ່ດີທີ່ສຸດແມ່ນ ການໄດ້ຮັບຢາວັກຊີນ. ປັດຈຸບັນນີ້ຄົນທີ່ໄດ້ຮັບຢາວັກຊີນຄົບແລ້ວສາມາດ ເຮັດກິດຈະກຳຫຼາຍຢ່າງໄດ້ຢ່າງປອດໄພ (ເວັບໄຊເປັນພາສາອັງກິດ) ແລະກຳລັງຊ່ວຍຫຼຸດຜ່ອນການແຜ່ລະບາດຂອງພະຍາດ COVID-19 ໃນຊຸມຂົນ.

ການໃສ່ໜ້າກາກໃນບ່ອນທີ່ມີຄວາມສ່ຽງສູງ (ເຊັ່ນ ສະຖານທີ່ແອອັດ) ຈະຊ່ວຍປົກປ້ອງທຸກຄົນ. ນີ້ແມ່ນສິ່ງສຳຄັນໂດຍສະເພາະໃນການປົກປ້ອງຜູ້ທີ່ບໍ່ໄດ້ຮັບການປ້ອງກັນຢ່າງເຕັມທີ່ຈາກວັກຊີນ ເຊັ່ນ ເດັກນ້ອຍ ແລະຄົນທີ່ມີອາການດ້ານສຸຂະພາບທີ່ບໍ່ສາມາດຕໍ່ສູ້ກັບເຊື້ອໄວຣັສໄດ້ດີ.

ກວດສອບການຕິດເຊື້ອ (ເວັບໄຊເປັນພາສາອັງກິດ) ວ່າທ່ານມີອາການຂອງໂຣກພະຍາດ COVID-19 ຫຼື ໄດ້ຕິດຕໍ່ພົວພັນໃກ້ຊິດກັບຜູ້ທີ່ມີຜົນກວດສອບວ່າຕິດເຊື້ອພະຍາດນີ້ຫຼືບໍ.

ຖ້າທ່ານກວດພົບການຕິດເຊື້ອ COVID-19 (ໂຄວິດ) ຫລືມີຄວາມສ່ຽງສູງທີ່ຈະຕິດພະຍາດດັ່ງກ່າວ, ທ່ານຄວນຮັບການປິ່ນປົວໂດຍດ່ວນເພື່ອຈະຊ່ວຍປ້ອງກັນທ່ານບໍ່ໃຫ້ປ່ວຍໄຂ້ເຖິງຂັ້ນຮ້າຍແຮງຫລືຕ້ອງເຂົ້ານອນໂຮງພະຍາບານ. (ຄລິກທີ່ນີ້ເພື່ອອ່ານຂໍ້ມູນທີ່ເປັນພາສາອັງກິດເທົ່ານັ້ນ: ໄດ້ຮັບການປິ່ນປົວ COVID-19 ແຕ່ໄວ.) ທ່ານຈົ່ງຖາມທ່ານໝໍປະຈຳຕົວຂອງທ່ານເບິ່ງວ່າທ່ານຄວນຮັບການປິ່ນປົວຫລືບໍ່.

ເຮັດກິດຈະກຳເປັນກຸ່ມນ້ອຍແລະເຮັດຢູ່ກາງແຈ້ງຖ້າຄົນທີ່ບໍ່ໄດ້ຮັບການສັກຢາວັກຊີນຈະເຂົ້າຮ່ວມ. ເຊື້ອໄວຣັສແຜ່ລາມໄດ້ງ່າຍໃນຮົ່ມ ດັ່ງນັ້ນທຸລະກິດຕ່າງໆ ແລະອົງການຈັດຕັ້ງສາມາດຫຼຸດຜ່ອນເຊື້ອໄວຣັສໃນອາກາດໄດ້ໂດຍການເຮັດໃຫ້ມີ ອາກາດຖ່າຍເທໄດ້ສະດວກໃນຮົ່ມ ແລະນຳໃຊ້ເຄື່ອງກອງອາກາດ (ເວັບໄຊເປັນພາສາອັງກິດ).


ມີນາຍພາສາຊ່ວຍແປ

ຖ້າທ່ານຕ້ອງການບໍລິການແປພາສາເປັນພາສາອື່ນ ຫຼື ຄວາມຊ່ວຍເຫຼືອທາງອອນລາຍ ກະລຸນາໂທໄປທີ່ສາຍດ່ວນໃຫ້ຂໍ້ມູນ ລັດວໍຊິງຕັນ. ພວກເຮົາບໍ່ສອບຖາມກ່ຽວກັບສະຖານະການເຂົ້າເມືອງຂອງທ່ານ. ທຸກຄົນຈະໄດ້ຮັບຄວາມຊ່ວຍເຫຼືອ ບໍ່ວ່າສະຖານະການເຂົ້າເມືອງຈະເປັນແນວໃດ.

ຖ້າຕ້ອງການນາຍພາສາ:

  1. 1-800-525-0127
  2. ຈະມີສຽງຂໍ້ຄວາມຕອບຮັບໃນສາຍ. ລໍຖ້າເຈົ້າໜ້າທີ່ສູນຮັບແຈ້ງຮັບສາຍທ່ານ.
  3. ບອກພາສາທີ່ທ່ານຕ້ອງການເວົ້້າ.
  4. ເຈົ້າໜ້າທີ່ສູນຮັບແຈ້ງຈະໂທຫາບໍລິການນາຍພາສາ. ຢ່າວາງສາຍ. ຢູ່ໃນສາຍຈົນກວ່າຈະມີການຕໍ່ສາຍຂອງທ່ານກັບນາຍພາສາ.

ຄຳແນະນຳກ່ຽວກັບ COVID-19


Link/share our site at www.kingcounty.gov/covid/lao

expand_less