
ດຳເເນະບໍໍ່າຂອໆພະແນກສາທາລະນະສຸຸກກຣຶວກັບ COVID-19
COVID-19 Public Health Recommendations in Lao
Healthy Washington – Roadmap to Recovery ແຜນການຟື້ນຄືນສູ່ສະພາບປົກກະຕິ. ປັບປຸງໃນວັນທີ 5 ມັງກອນ 2021.
ໃນວັນທີ 5 ມັງກອນ, 2021, ຜູ້ປົກຄອງລັດ, ທ່ານ . Inslee ໄດ້ປະກາດກ່ຽວກັບເສັ້ນທາງ ໃໝ່ ເພື່ອເປີດລັດຄືນ ໃໝ່ ຍອ້ນວ່າ ຂໍ້ຈຳກັດຊົ່ວຄາວໃນປະຈຸບັນຈະໝົດອາຍຸໃນວັນທີ 11 ມັງກອນນີ້. ອີງຕາມແຜນການໃໝ໋ຂອງ Healthy Washington – Road to Recovery, ໃນຂົງເຂດຕ່າງໆທົ່ວລ້ດລວມທັງ King County ກໍາລັງຈະເຂົ້າສູ່ໄລຍະທີ່ 1 ຂອງ Healthy Washington – Roadmap to Recovery. ໃນວັນທີ 11 ມັງກອນນີ້. ໃນໄລຍະທີ 1, ພວກເຮົາຈະສືບຕໍ່ປະຕິບັດດັ່ງທີ່ພວກເຮົາເຄີຍໄດ້ປະຕິບັດຜ່ານມາພາຍໃຕ້ຂໍ້ຈຳກັດຊົ່ວຄາວໃນປະຈຸບັນໂດຍມີການເພີ່ມການອະນຸຍາດໃຫ້ມີກິດຈະກຳການອອກກຳລັງກາຍ,ການບັນເທີງແລະກິລາເພີ່ມບາງຢ່າງໃນຂອບເຂດຄວາມສາມາດທີ່ຈຳກັດ.
ເສັ້ນທາງໃໝ່ນີ້ຊ່ວຍໃຫ້ພວກເຮົາຕໍ່ສູ້ກັບ COVID-19 ໄດ້ຢ່າງສົມດູນແລະຊ່ວຍຊີວິດປະຊາຊົນດ້ວຍການເປີດໃຊ້ເສດຖະກິດຄືນໃໝ່ຢ່າງປອດໄພແລະສັກຢາກັນພະຍາດໃຫ້ຜູ້ຄົນໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້.
ໃນການກ້າວໄປສູ່ໄລຍະ 2 ຂອງແຜນການ Healthy Washington ແລະການເປີດຄືນທຸລະກິດແລະກິດຈະ ກຳຕ່າງໆເພີ່ມເຕີມນັ້ນ, ພາກພື້ນຂອງພວກເຮົາຕ້ອງຕອບສະໜອງ ມາດຕະຖານ 4 ປະການທີ່ກ່ຽວຂ້ອງກັບຂອບເຂດຄວາມສາມາດຂອງໂຮງໝໍໃນພາກພື້ນແລະການຮັບຄົນເຂົ້າໂຮງໝໍ,ອັດຕາຜູ້ປວ່ຍແລະການກວດສອບຜູ້ຕິດເຊື້ອ.
ສຳລັບລາຍລະອຽດເພີ່ມເຕີມກຽ່ວກັບການປະກາດແຈ້ງການຂອງຜູ້ປົກຄອງລັດ, ສາມາດອ່ານໄດ້ທີ່: Read the Governor’s announcement here for more details (ເປັນພາສາອັງກິດ). ປະຈຸບັນພວກເຮົາກໍາລັງດໍາເນີນການໃນການແປແບບແຜນໃໝ່ສະບັບນີ້ໃນຫລາຍໆພາສາຢູ່.
ທ່ານຈົ່ງເຂົ້າຮັບການກວດກ່ຽວກັບ COVID-19 ຖ້າທ່ານ:
- ມີອາການເຫຼົ່ານີ້: ໄອ, ຫາຍໃຈຍາກ, ເປັນໄຂ້, ໜາວສັ່ນ, ເຈັບກ້າມເນື້ອ, ເຈັບຄໍ, ຫຼືເສຍຄວາມຮູ້ສຶກໃນການຊີມລົດຊາດຫຼືການດົມກິ່ນ.
ຫຼືວ່າ
- ໄດ້ມີການພົວພັນຢູ່ໃກ້ຊິດກັບຜູ້ໃດຜູ້ໜຶ່ງທີ່ມີ COVID-19.
ເຖິງແມ່ນວ່າທ່ານຈະມີອາການແບບບໍ່ຮຸນແຮງກໍຄວນເຂົ້າຮັບການກວດ. ທ່ານຈົ່ງຂໍໃຫ້ທ່ານໝໍກວດໃຫ້. ຖ້າທ່ານບໍ່ມີທ່ານໝໍຫຼືທ່ານໝໍບໍ່ສາມາດກວດທ່ານໄດ້, ພວກເຮົາສາມາດຊ່ວຍທ່ານໄດ້. ໂທຫາ 206-477-3977 ໃນລະຫວ່າງ 8 ໂມງເຊົ້າຫາ 7 ໂມງແລງ. ຖາມເອົານາຍພາສາໂດຍການບອກພາສາທີ່ທ່ານຕ້ອງການ. ຈົ່ງຢູ່ຫ່າງໄກຈາກຄົນອື່ນຈົນກວ່າຈະຮູ້ວ່າທ່ານບໍ່ມີ COVID-19. ການໄດ້ຮັບການກວດທັນທີທີ່ທ່ານຮູ້ສຶກບໍ່ສະບາຍນັ້ນ ສາມາດປົກປ້ອງຄອບຄົວ, ໝູ່ເພື່ອນແລະຊຸມຊົນຂອງທ່ານ.
ໃຫ້ຢູ່ເຮືອນ, ເພື່ອຮັກສາສຸຂະພາບໃຫ້ແຂງແຮງ
ໃນວັນທີ 23 ມີນາ ຜູ້ປົກຄອງລັດ ທ່ານ ເຈ ອິນສະລີ (Jay Inslee) ໄດ້ອອກປະກາດເປັນທາງການ (Stay Home, Stay Healthy – ໃຫ້ຢູ່ເຮືອນ, ເພື່ອຮັກສາສຸຂະພາບໃຫ້ແຂງແຮງ)
ການປະກາດເປັນທາງການນີ້ ໝາຍຄວາມວ່າ:
- ຮຽກຮ້ອງໃຫ້ພົນລະເມືອງລັດວໍຊິງຕັນທຸກໆຄົນຕ້ອງໄດ້ດຳລົງຊີວິດຢູ່ໃນບ້ານ ນອກຈາກຈຳເປັນຕ້ອງໄປທຳທຸລະທີ່ສຳຄັນແລະຈຳເປັນເທົ່ານັ້ນ.
- ຫ້າມບໍ່ໃຫ້ມີການຊຸມນຸມ, ສັງສັນ, ຈັດພິທີທາງສາດສະໜາ ແລະງານຊຸມແຊວຕ່າງໆ.
- ທຸກໆທຸລະກິດຕ່າງໆຕ້ອງໄດ້ປິດ ຍົກເວັ້ນແຕ່ທຸລະກິດທີ່ຈຳເປັນ (essential businesses) ຫຼື ທຸລະກິດທີ່ສາມາດເຮັດໄດ້ດ້ວຍລະບົບ ອິນເຕີແນດ ຫຼື ເຮັດວຽກດ້ວຍຕົນເອງຢູ່ບ້ານຈຶ່ງຈະສາມາດເຮັດໄດ້ຕາມປົກກະຕິ. ທຸລະກິດທີ່ຈຳເປັນ ໝາຍເຖິງ: ຕລາດຂາຍເຄື່ອງກິນ, ຮ້ານຂາຍຢາ, ທະນາຄານ, ໂຮງໝໍ, ການໄຟຟ້າ-ນ້ຳປະປາ-ແກັສ, ການຄົມມະນາຄົມຕ່າງໆ ແລະ ບ່ອນລ້ຽງເດັກ, ແລະອື່ນໆ.
ສິ່ງທີ່ອະນຸຍາດ:
- ໃຫ້ໄປຊື້ອາຫານໃນຕລາດຂອງກິນ ໄປຮັບເອົາອາຫານສຸກຕາມຮ້ານອາຫານ (ລວມທັງອະນຸຍາດໃຫ້ຜູ້ໄປຮັບແລະສົ່ງອາຫານໄດ້ຕາມປົກກະຕິ)
- ໃຫ້ຜູ້ທີ່ມີນັດໝໍກວດສຸຂະພາບແລະລວມທັງໄປຮັບຢາຕາມໝໍສັ່ງໄດ້
- ສາມາດຍ່າງອອກກຳລັງກາຍ, ແລ່ນ, ຂີ່ລົດຖີບ ແລະທຳສວນຄົວ. ໃນເວລາເຮັດສິ່ງເຫລົ່ານີ້ ຕ້ອງຢູ່ຫ່າງກັນກັບຄົນອື່ນ ປະມານ 2 ແມັດ (6 ຟຸດ)
- ໃຫ້ໄປໃສ່ນ້ຳມັນລົດ, ຮັບອາຫານຈາກປະຊາສົງເຄາະ, ໄປຮ້ານຂາຍເຄື່ອງຍ່ອຍ, ທະນາຄານແລະຮ້ານຊັກເຄື່ອງ.
- ຂໍໃຫ້ໄປເຮັດວຽກງານຕາມປົກກະຕິຫາກທ່ານພົວພັນກັບ “ທຸລະກິດທີ່ຈຳເປັນ”
ສິ່ງທີ່ບໍ່ອະນຸຍາດ:
- ຫ້າມຮ່ວມສັງສັນວຽກງານສ່ວນຕົວແລະໝູ່ຄູ່.
- ຫ້າມໄປຮ່ວມເບິ່ງຊົມ ຝຶກຊ້ອມ ແລະແຂ່ງຂັນການກິລາຕ່າງໆ.
- ຫ້າມໄປງານວິວາຫະມຸງຄຸນ ຫຼືງານສາປະນະກິດສົບ.
- ຫ້າມໄປຮ່ວມທຳພິທີທາງສາດສະໜາ
- ຫ້າມໄປທ່ຽວຫໍພິພິດຕະພັນ, ໂຮງໜັງ, ສະຖານທີ່ສະແດງສິນລະປະວັດຖຸ ຫຼືງານການກຸສົນຫາລາຍໄດ້ຕ່າງໆ.
- ຫ້າມໄປງານຄອນເສີດ, ງານສະຫລອງ ຫຼື ການແຫ່ຂະບວນ.
- ຫ້າມໄປຮ້ານເຮັດເລັບ, ຮ້ານຕັດຜົມ ຫຼືຮ້ານສັກລາຍ.
- ຫ້າມໄປບາຣ ຫຼືນັ່ງກິນຢູ່ຕາມຮ້ານອາຫານ (ກິດຈະກຳທັງສອງຢ່າງນີ້ໄດ້ອອກຫ້າມໄປແລ້ວ)
Link/share our site at www.kingcounty.gov/covid/lao