Skip to main content

U_Visa Lao

U_Visa Lao

U-VISA - I-918, ການ​ຮ້ອງ​ຮຽນ​ຂໍ​ການ​ຢັ້ງຢືນ​ສະພາບ​ຄວາມບໍ່​ເປັນ​ຜູ້​ອົບພະ​ຍົບ ( Nonimmigrant Status Certification )

ຄຸ້ມ​ຄອງ​ໂດຍ​ພະ​ແນ​ກປະກັນ​​​ບ້ານ​ເກີດ (Department of Homeland Security), U-Visa ຍິນຍອມໃຫ້​ມີ​ການ​ປົກປ້ອງ​​ການ​ອົບ​ພະຍົບ ແກ່​ຜູ້ທີ່​ມີ​ຄຸນ​ນະ​ສົມບັດ​ເໝາະ​ສົມຖືກ​ຄະດີ​ອາຍາ​ ແລະ ສະມາຊິກ​ຄອບຄົວທີ່​ມີ​ຄຸນ​ສົມບັດ​ເໝາະ​ສົມ​ (ຕາມ​ຄວາ​ມ​ເໝາະ​ສົມ), ຜູ້​ທີ່​ສາມາດ​ຊ່ວຍ​ໃນ​ການ​ບັງຄັບ​ໃຊ້​ກົດໝາຍ​ໃນ​ການກັກ​ຂັງ, ການ​ກວດ​ສອບ ຫຼື ການ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ທາງ​ດ້ານ​ຄະດີ​ອາຍາ. ນີ້​ແມ່​ວີ​ຊາ​ຊົ່ວຄາວ ທີ່​ສາມາດ​ໃຊ້​ໄດ້​ໃນ​ກຳນົດ​ສີ່​ປີ, ​ແລະ ​ໃນ​ບາງ​ກໍລະນີ​ກໍ່​ອາດ​ສາມາດ​ຕໍ່​ເວລາ​ໃຫ້​ໄດ້.

U-Visa ບໍ່​​​​ແມ່ນ​ການດຳ​ເນີນ​​ແບບອັດຕະ​ໂນ​ມັດ, ​ແລະ ສາມາດ​​ຍອມ​ໃຫ້ໄດ້​ຖ້າ​ມີ​ເອກະສານ​ທີ່​​ເໝາະ​ສົມ ສົ່ງ​ໃຫ້​ພະ​ແນ​ກປະກັນ​ສັງຄົມ​ບ້ານ​​ເກີດ (Homeland Security) ​ໂດຍ​ຜ່ານຕົວ​ແທນທີ່​ບັງ​ຄັບ​ໃຊ້​ກົດໝາຍ​ເມື່ອ​​ເກີດມີ​ການ​ດໍາເນີນຄະດີ​ອາຍາ​.

ຖ້າ​ເຫ​ດການ​ເກີດ​ຂຶ້ນ​ພາຍ​ໃນ​ຂອບ​ເຂດ​ຄວາມ​ຮັບຜິດຊອບ​ຂອງ​ຫ້ອງການ​ຂອງທ່ານ Sheriff ​ຫົວໜ້າ​ຄາວ​ຕີ້​ (King County Sheriff’s Office), ​ໃຫ້ຜູ້​ສະໝັກ​ປະກອບເອກະສານ I-918 ​ຂອງ​ພວກ​ເຂົາໃຫ້​ຄົບ​ຖ້ວນ​ເພື່ອຍື່ນ​ຂໍ​ການຢັ້ງຢືນ​. ​ເຈົ້າ​ໜ້າ​ທີ່ຜູ້​ທີ່ຈະຢັ້ງຢືນ​ໃຫ້​​ແມ່ນ ທ່ານ​ຫົວໜ້າ Sheriff Mitzi Johanknecht.

​ເພື່ອອອກ​ໃບ​ຢັ້ງຢືນ​​ໃຫ້​ແກ່​ການ​ຮ້ອງ​ຮຽນ​, ຜູ້​ຮ້ອງ​ຮຽນ​ຄວນ​ຈະ​ສົ່ງ​ຫຼັກ​ຖານ, ຕິດ​ຄັດ​ໄປ​ນຳ​ເອກະສານ​ການ​ຮ້ອງ​ຮຽນຂອງ​ການ​ຮ່ວມ​ມື​ຂອງ​ພວກ​ເຂົາ​ພ້ອມດ້ວຍການ​ບັງຄັບ​ໃຊ້​ກົດໝາຍ. ຮອງ​​ຫົວໜ້າຂອງ​ທ່ານ Sheriff ຫຼື ຜູ້ກວດ​ສອບ​ທີ່​ເຂົ້າ​ມາພົວພັນ ຈະ​ຕ້ອງ​ເຫັນ​ດີ​ກັບໃບ​ສະໝັກ U-Visa ຕາມ​ຂໍ້​ບັງຄັບ​ໃຊ້​ທາງ​ກົດໝາຍ ​ແລະ ພ້ອມທີ່ຈະ​ເຂົ້າ​ຮ່ວມ​ໃນ​ການຟ້ອງ​ຮ້ອງ​ທີ່​ຈະຕາມ​ມາ ກ່ອນ​ຫົວໜ້າ Sheriff Urquhart ຈະ​ອອກ​ຢັ້ງຢືນ​ໃນ​ການ​ຂໍ​ສະ​ໝັກ.

ຄຳ​ຮ້ອງ ຄວນ​ຈະ​ສົ່ງ​ໄປ​ຍັງ​ທ່ານ Sara Fitzgibbons, ຜູ້ຄວບ​ຄຸມ​ດູ​ແລ​ການ​ບັນທຶກ (Records Supervisor), ​ໃນ​ການ​ຄົ້ນ​ຄ້ວາ ​ແລະ ​ດຳ​ເນີນ​ການ. ​ຫຼັງ​ຈາກ​ນັ້ນ ເອກະສານຈະ​ຖືກ​ສົ່ງ​​ໄປ​ຍັງ​ທ່ານ​ຫົວ​ໜ້າ Sheriff Urquhart ​ເພື່ອ​ຂໍ​ອະນຸມັດ/​ເຊັນ​ຮັບຮອງ ຂັ້ນ​ສຸດ​ທ້າຍ​ຂອງ​ການ​ຢັ້ງຢືນ.

​ຫ້ອງການຂອງທ່ານ Sheriff ​ປະຈໍາຄາວ​ຕີ້​ (King County Sheriff’s Office) ​ແມ່ນ​ຢູ່​ພາຍ​ໃຕ້​ຂໍ້​ຜູກ​ພັນ​ທີ່​ບໍ່​ມີ​ກົດໝາຍ ​ໃນ​ການ​ເຊັນ​ລົງ​ນາມ​ຢູ່​ໃນ​​ແຈ້ງ​ການ ​ແລະ ອາດ​ຈະ​ປະຕິບັດ​ໄດ້​ຕາມ​ຄວາມ​ພໍ​ໃຈ. ການ​ຢັ້ງຢືນ​ບໍ່​ແມ່ນ​ການ​ໃຫ້ຄວາມ​ຊ່ວຍ​ເຫຼືອ​ໃນ​ການ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ໂດຍ​ອັດຕະ​ໂນ​ມັດ. ຖ້າ​ບໍ່​ມີ​ໃບ​ຢັ້ງຢືນ​ໃນ​ການ​ບັງຄັບ​ໃຊ້​ທາງ​ກົດໝາຍ, U-Visa ຈະ​ຖືກ​ປະຕິ​ເສດ.

ສຳລັບ​ຂໍ້​ມູນ​ເພີ່ມ​ເຕີມ​ໃນ​ຂັ້ນ​ຕອນ​ການ​ປະຕິບັດ ​ແລະ ​ແບບ​ຟອມຄຳ​ຮ້ອງ, ກະລຸນາ​ເຂົ້າ​ເບິ່ງ​ທີ່ http://www.uscis.gov/i-918


ສົ່ງຄຳ​ຮ້ອງ​​ໄປ​ຍັງ​ທີ່ຢູ່​ຕໍ່​ໄປ​ນີ້:

King County Sheriff
Attn: Zoraida Arias
516 3rd Ave #W116
Seattle, WA 98104 

ຖ້າ​ທ່ານມີຂໍ້​ຂ້ອງ​ໃຈ ກະລຸນາ​ສົ່ງ​ອີ​ເມ​ວ໌ ​ໄປ​ທີ່ KCSOUvisa@kingcounty.gov  ຫຼື ​ໂທລະ​ສັບ: (206) 263-3199.
expand_less